New Photos...

ບຸນປະເພນີ

ຮູບພາບເກົ່າໆ

ທີ່ນີ້ທ່ານຄວນໄປທ່ຽວ

Tuesday, May 1, 2018

ປາໃນອ່າງນ້ຳເທີນ ຍັງຄົງອຸດົມສົມບຸນປະຊາຊົນໄປຫາມາຂາຍມື້ລະຫຼາຍສິບຖ້ຽວ


ອ່າງ​ນໍ້າ​​ເທີ​ນ2 ​ເມືອງ​ນາ​ກາຍ ​ແຂວງ​ຄຳ​ມ່ວນ ນອກຈາກ​ເປັນ​ແຫ​ລ່ງຜະລິດ​ໄຟຟ້າ​ນໍ້າຕົກ​ຂະຫນາດ​​ໃຫຍ່​ສຸດ​ຂອງ​ເມື​ອ​ງລາວ​ແລ້ວ. ປັດຈຸຸບັນ​ກຳລັງ​ກາຍ​ເປັນ​ອູ​ປາ​ຂະຫນາດ​ໃຫຍ່​ນຳ​ອີກ ​ເຊິ່ງ​ແຕ່ລະ​ມື້ປະຊາຊົນ​ໃນ​ເຂດ​ດັ່ງກ່າວ​ຈະ​ອອກ​ໄປ​ຫາ​ປາມາ​ຂາຍ​ໃຫ້​ແມ່​ຄ້າ​ທີ່​ມາ​ຈາກ​ເມືອງ​ທ່າ​ແຂກ​ , ສະຫວັນ​ນະ​ເຂດ ຫລື​ ຈາກ​ນະ​ຄອນ​ຫຼວງ​ວຽງ​ຈັນເຮັດ​ໃຫ້​ປະຊາຊົນ​ໃນ​ເຂດນັ້ນ ​ມີ​ລາຍ​ຮັບ​ທີ່​ແນ່ນ​ອນ​ແ​ລະຫມັ້ນຄົງ​ຈາກ​ການ​ຫາ​ປາມາ​ຂາຍ.



 ນອກ​ນັ້ນ​ອ່າງນໍ້າ​ເທີນ2 ຍັງ​ກາຍ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ ທີ່ນັບມື້​ໄດ​້ຮັບ​ຄວາມ​ນິຍົມ ​ໂດຍ​ສະ​ເພາະ​ແມ່ນ​ຈຸດ​ທ່າ​ລັ່ງ ທີ່​ມີ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງປະ​ເທດ ​ແລະ ​ພາຍ​ໃນ ມັກ​ໄປ​ນອນ​ພັກຜ່ອນ​ຕາກອາກາດ​ຊົມ​ອ່າງ​ນໍ້າ​ຂະໜາດ​​ໃຫຍ່. ຫາກ​ມີ​ໂຄງ​ການ​ພັດທະນາ​ການທ່ອງທ່ຽວ​ຢ່າງ​ເປັນ​ລະບົບ​ກໍ​ເຊື່ອ​ວ່າ​ອ່າງ​ນໍ້າ​ເທີນ2 ຈະ​ກາຍ​ເປັນ​ທ່າ​ແຮງ​ເສດ​ຖະກິດ ທີ່​ສຳ​ຄັນ​ ນອກ​ຈາກ​ການ​ໃຊ້​ນໍ້າ​ເພື່​ອຜະລິດກະ​ແສ​ໄຟຟ້າ ​ແລະ ​ເຮັດ​ການ​ກະສິກຳ.






ຂອບ​ໃຈ​ຮູບ​ງາມ​ຈາກ: Anouphon Phomhacsar
---------------------
ປະເທດລາວ: ຄວາມງາມທີ່ສຳຜັດໄດ້
LAOS: Touchable Beauty

ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com


 
Copyright © 2014 ຮູບພາບເມືອງລາວ - Lao Postcard
Powered by Blogger