New Photos...

ບຸນປະເພນີ

ຮູບພາບເກົ່າໆ

ທີ່ນີ້ທ່ານຄວນໄປທ່ຽວ

Friday, May 4, 2018

ຖໍ້າງກ່າງ ເມືອງງອຍ ອີກຫນຶ່ງຄວາມມະຫັດສະຈັນທາງທໍາມະຊາດ


ຖໍ້າງກ່າງແມ່ນອີກຫນຶ່ງຄວາມມະຫັດສະຈັນທາງທໍາມະຊາດ,ເປັນແຫລ່ງທ່ອງທ່ຽວທາງດ້ານທໍາມະຊາດແລະຕິດພັນກັບປະຫວັດສາດຂອງເມືອງງອຍ,ຖໍ້າແຫ່ງນີ້ຕັ້ງຮ່າງຈາກບ້ານເມືອງງອຍເກົ່າໄປທາງທິດຕາເວັນອອກປະມານ 2 ກິໂລແມັດ,ໃຊ້ເວລາຍ່າງ 30 ນາທີ ແລະ ຂີ່ລົດປະມານ 10 ນາທີກໍ່ຮອດ.



ຖໍ້າມີລັກຊະນະເປັນຮູກວ້າງປະມານ 5 ແມັດ,ເມື່ອເຂົ້າໄປໃນຖໍ້າແມ່ນຈະໄດ້ພົບຄວາມກວ້າງຂວາງແລະຕື່ນຕາຕື່ນໃຈກັບອາກາດທີ່ເຢັນສະບາຍອຸລາ(ແຕ່ຕ້ອງໃຊ້ແສງໄຟຈາກໄຟສາຍຊ່ວຍຈິ່ງຈະເຫັນຄວາມງາມພາຍໃນຖໍ້າ),ເຊິ່ງມີຖໍ້າເທິງແລະຖໍ້າລຸ່ມ,ມີສາຍນໍ້າໄຫລລອດຖໍ້າ.



ບັນຍາກາດຂອງບໍລິເວນອ້ອມຖໍ້າເຕັມໄປດ້ວຍປ່າໄມ້ຂຽວ,ອາກາດຊຸ່ມເຢັນທັງປີ,ເຫມາະແກ່ການໄປທ່ຽວຊົມ ແລະ ພັກຜ່ອນຢ່ອນອາລົມແທ້ເດ..











ໂດຍ:ເພັດສາຄອນ ສິມມະວົງ


---------------------
ປະເທດລາວ: ຄວາມງາມທີ່ສຳຜັດໄດ້
LAOS: Touchable Beauty

ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com


 
Copyright © 2014 ຮູບພາບເມືອງລາວ - Lao Postcard
Powered by Blogger