New Photos...

ບຸນປະເພນີ

ຮູບພາບເກົ່າໆ

ທີ່ນີ້ທ່ານຄວນໄປທ່ຽວ

Friday, May 4, 2018

ໄປແຂວງອັດຕະປື ຍ່າລືມແວ່ຊົມ ລູກສອນໄຟ ແລະ ເສັ້ນທາງໂຮ່ຈິມິນ ປະຫວັດສາດພາກໃຕ້ຂອງລາວ


   ແອັດມິນນົກ ພາທ່ຽວ, ເຊິ່ງມື້ນີ້ຈະພາທ່ຽວພາກໃຕ້ ທີ່ແຂວງ ອັຕາປື ເປັນ ແຂວງ ທີ່ຕັ້ງຢູ່ ທາງພາກໃຕ້ສຸດ ຂອງ ລາວ ເບື້ອງ ຕາ¬ເວັນອອກສຽງໃຕ້. ປະຈຸບັນ ເປັນ ເຂດສາມຫລ່ຽມພັດທະນາ ເສດຖະກິດ ລະຫວ່າງລາວ-ຫວຽດນາມ-ກຳປູເຈຍ ຈະກາຍເປັນ ເຂດພັດທະນາ ສົ່ງເສີມ ການຄ້າ ແລະ ການທ່ອງທ່ຽວ ໃນອະນຸພາກພື້ນ ທີ່ຕິດພັນ ກັບ ທຳມະຊາດ ແລະ ວັດທະນະທຳ ສະຖານທີ່ທ່ອງທ່ຽວ ບ່ອນຫນຶ່ງ ທີ່ ສວຍງາມ.

   ເຊິ່ງມຶ້ື້ນີ້ຈະພາໄປຮູ້ຈັກບ່ອນທ່ອງທ່ຽວທາງປະຫວັດສາດການປະຕິວັດຢ່າງ ລູກສອນໄຟ ໂຊຫວຽດ ແບບ 11DMP 912 ແລະ ເສັ້ນທາງ ໂຮຈິມິນ ແມ່ນເປັນຮ່ອງຮອຍອະນູສອນສົງຄາມ ໃນສະໄໝການປະຕິວັດປົດປ່ອຍພາກໃຕ້ລາວ ກ່ອນປິ 1975 ໃນຂອບຂອງສົງຄາມອິນດູຈີນ, ລູກສອນໄຟແມ່ນຕັ້ງຢູ່ບ້ານປະອໍາ ເມືອງຊານໄຊ ແຂວງອັດຕິປື, ເຊິ່ງຫ່າງຈາກຕົວເມືອງສາມັກຕີໄຊ ປະມານ 35 ປະໂລແມັດ ໄດ້ຄົ້ນພົບເມື່ອປີ 2000 ແລະ ໄດ້ຮັບຮອງເປັນແຫຼ່ງທ່ອງທ່ຽວ ທາງດ້ານປະຫວັດສາດເມື່ອປີ 2000.

   ທ່ານສາມາດໄປທ່ຽວຊົມ ແລະ ສຶກສາປະຫວັດສາດດັ່ງກ່າວ ໂດຍຕັ້ງຢູ່ບ້ານປະອຳ ເມືອງຊານໄຊ ຫ່າງຈາກຕົວເມືອງສາມັກຄີໄຊ ປະມານ 35 ກິໂລແມັດ, ລູກສອນໄຟໂຊຫວຽດ ແບບ 11DMP 912 ແລະ ເສັ້ນທາງໂຮ່ຈິມິນ ເປັນຮ່ອງຮອຍອະນຸສອນສົງຄາມ ໃນສະໄໝການປະຕິວັດປົດປ່ອຍພາກໃຕ້ລາວ ກ່ອນປີ 1975 ໃນຂອບຂອງສົງຄາມອິນດູຈີນ.

  ປະຫວັດລູກສອນໄຟ ຕາມຮູບ.






ຮູບໂດຍ: anouphon phomhacsar

---------------------
ປະເທດລາວ: ຄວາມງາມທີ່ສຳຜັດໄດ້
LAOS: Touchable Beauty

ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com



 
Copyright © 2014 ຮູບພາບເມືອງລາວ - Lao Postcard
Powered by Blogger