New Photos...

ບຸນປະເພນີ

ຮູບພາບເກົ່າໆ

ທີ່ນີ້ທ່ານຄວນໄປທ່ຽວ

Sunday, May 13, 2018

ພຣະທາດຝຸ່ນ ເມືອງຄູນ ແຂວງຊຽງຂວາງ ເດັ່ນສະຫງ່າຂຶ້ນ ຫຼັງໄດ້ຮັບການປະຕິສັງຂອນ




ໃນໄລຍະເດືອນພະຈິກ 2017 ນີ້ ພຣະທາດຝູ່ນ ເຊິ່ງເປັນພຣະທາດເກົ່າແກ່ ປະຫວັດຫຍໍ້ຂອງ ພຣະທາດຝຸ່ນ ພຣະທາດນີ້ຕັ້ງຢູ່ໃຈການເມືອງຄູນ ເມື່ອປີ ຈສ 307 ຊາວເມືອງພວນ ໄດ້ຮັບຝຸ່ນທາດຂອງພຣະສັມມາສັມພຸດທະເຈົ້າ ເພາະຊາວເມືອງພວນທີ່ໄປຊົມພູທະວີບເພື່ອໄປຖວາຍພຣະເພິງພຣະສັມມາສັມພຸດທະເຈົ້າ ບໍ່ໄດ້ ສ່ວນອັດຖິທາດທັງຫລາຍ ແມ່ນມີການແບ່ງປັນກັນໄປຫມົດແລ້ວ ຊາວເມືອງພວນຈຶ່ງໄດ້ແຕ່ຝຸ່ນ ເທົ່ານັ້ນ ຈຶ່ງໄດ້ນຳມາບັນຈຸແລະປະດິດສະຖານໄວ້ທີ່ພຣະທາດແຫ່ງນີ້.




ຕົກມາຮອດປີ ຈສ 742 ເຈົ້າຜູ້ຄອງເມືອງພວນ ອົງທີ່ 24 ໄດ້ພາປະຊາຊົນກັນສ້າງພຣະທາຕຸໃຫຍ່ ທີ່ເຫັນທຸກມີ້ນີ້
ນ້ອຍ ແລະໄດ້ນຳເອົາພຣະພຸດທະສາສະໜາເຂົ້າມາເຜີຍແຜ່ ຈົນເຮັດໃຫ້ເມືອງພວນ ຈະເຣິນຮຸ່ງເຮືອງ ມີວັດວາອາຮາມຢ່າງຫລວງຫລາຍ ແລະງົດງາມທີ່ສຸດໃນສະໄຫມນີ້ ຈົນມາຮອດປີ ຈສ 1237, ຄສ 1874 ພຣະທາດອົງນີ້ ແມ່ນໄດ້ຖືກໄພສົງຄາມ ຈາກເສິກຫໍ້ທຳລາຍ ຢ່າງຫນັກໜ່ວງ ມີການຂຸດເຈາະ ເພື່ອຊອກເອົາຊັບສົມບັດ ແລະເຄື່ອງຄ້ຳຂອງຄູນ ໃນພຣະທາກອົງນີ້ ຈົນເຮັດໃຫ້ພຣະທາດອົງນີ້ຊຸດໂຊມ ແລະຮ້າງ.


ຮອດສະໄຫມ ເຈົ້າແຂວງຊາຍຄຳ ຜູ້ປົກຄອງເມືອງພວນ ຈຶ່ງໄດ້ມີສັດທາ ນຳພາປະຊາຊົນປົວແປງ ບູຣະນະຄືນໃຫມ່ ເມື່ອມາຮອດ ປີ ຄສ 1969 ພຣະທາດຝຸ່ນ ອົງນີ້ກໍ່ຖຶກໄພສົງຄາມ ເຮັດໃຫ້ວັດວາອາຮາມ ເຮືອນຊານບ້ານຊ່ອງ ແລະ ປະຊາຊົນ ເພພັງ ແລະລົ້ມຕາຍເປັນຈຳນວນຫລາຍ ພຣະທາດຝຸ່ນອົງນີ້ກໍ່ເປັນພຣະທາດຮ້າງ ຂາດການເບິ່ງແຍງຮັກສາ ປົວແປງມາຮອດປີ ຄສ 2017 ນີ້ ໄດ້ມີໂຄງການບູຣະນະປົວແປງ ພຣະທາດຝຸ່ນໃຫ້ຟຶ້ນຄືນມາງົດງາມ ແລະຕັ້ງສະຫງ່າ ເປັນສູນລວມທາງຈິດໃຈຂອງຄົນທີ່ນັບຖືພຣະພຸດທະສາສະໜາ ໃນດິນແດນ ເມືອງພວນແຫ່ງນີ້ສືບຕໍ່ໄປ .
ພຣະທາດຝຸ່ນກຳລັງມີການບູລະນະ ຈາກເພຈ :​ Khamvieng Phommachanh


ພຣະທາດຝຸ່ນໃນສະໄຫມກ່ອນຈະບູລະນະ ຮູບຈາກ : kp.saioudom

ພຣະທາດຝຸ່ນໃນຍຸກທີ່ຝຣັ່ງເຂົ້າມາປົກຄອງລາວ( ບໍ່ຮູ້ແຫລ່ງທີ່ມາທີ່ແນ່ນອນ).

ຮີບໂຮມຂໍ້ມູນແລະຮູບພາບໂດຍ : Art and Culture of Laos ,ຮູບສີການບູລະນະຈາກ : Khamvieng Phommachanh ,​ຮູບສີຈາກຍັງບໍ່ບູລະນະ ຈາກ : kp.saioudom , ຮູບແຕ້ມແບບແຜນການບູຣະນະທາຕຸຝຸ່ນ ຈາກ : Sayyasith Khounthep , ຮູບຂາວດຳ : ບໍ່ຮູ້ແຫລ່ງທີ່ມາທີ່ແນ່ນອນ, ຮູບປະຕິສັງຂອຶນແລ້ວໂດຍA-Teng Vsp
ຮູບແຕ້ມແບບແຜນການຈະບູຣະນະທາດຝຸ່ນ ຈາກ : Sayyasith Khounthep

ຮູບແຕ້ມແບບແຜນການຈະບູຣະນະທາດຝຸ່ນ ຈາກ : Sayyasith Khounthep



---------------------
ປະເທດລາວ: ຄວາມງາມທີ່ສຳຜັດໄດ້
LAOS: Touchable Beauty

ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com


 
Copyright © 2014 ຮູບພາບເມືອງລາວ - Lao Postcard
Powered by Blogger