New Photos...

ບຸນປະເພນີ

ຮູບພາບເກົ່າໆ

ທີ່ນີ້ທ່ານຄວນໄປທ່ຽວ

Monday, May 7, 2018

ຄວາມເປັນມາຂອງແຂວງຜົ້ງສາລີ ດິນແດນເໜືອສຸດອັນສົດງາມ


ແຂວງຜົ້ງສາລີ ເປັນແຂວງທີ່ຢູ່ທາງທິດເໜືອສຸດ ຂອງ ປະເທດລາວ, ເປັນແຂວງທີ່ ມີຮ່ອງຮອຍປະຫວັດສາດ ແລະ ຊົນເຜົ່າຕ່າງໆ ຢ່າງຫລາກຫລາຍ. ຫລາຍທ່ານ ຈະສັງເກດເຫັນວ່າພູມີສາດຂອງແຂວງ ຢື່ນລ້ຳເຂົ້າໄປໃນເຂດແດນ ມົນທົນຢຸນນານ ສປ ຈີນ, ຕາມເອກະສານປະຫວັດສາດ ລາຊະອານາຈັກລາວ ຂອງ ທ່ານ ບຸນຊ່ວຍ ສີສະຫວັດ ທີ່ໄດ້ຂຽນໄວ້ຢ່າງໜ້າສົນໃຈ ໄດ້ກ່າວໄວ້ວ່າ: ແຂວງ ຟອງສາລີ (ຜົ້ງສາລີ) ມີພົນລະເມືອງສ່ວນຫລາຍເປັນຄົນໄຕລື້ ມີເມືອງເອກ ຄືເມືອງ ຟອງສາລີ, ເມືອງຈວາ (ເມືອງຂວາ) ແລະ ເມືອງອູໃຕ້.


ເມືອງຮອງລົງມາແມ່ນເມືອງ ອູເໜືອ, ເມືອງບຸນເໜືອ ແລະ ເມືອງບຸນໃຕ້. ແຕ່ເດີມບັນດາເມືອງຕ່າງໆ ທີ່ຢູ່ໃນແຂວງຟອງສາລີ ແມ່ນເຄີຍຂຶ້ນກັບແຄວ້ນ ສິບສອງພັນນາ. ໂດຍຄຳວ່າ ສິບສອງພັນນາ ໝາຍເຖິງ ພື້ນທີ່ນາເຊິ່ງໃຊ້ພັນເຂົ້າຫວ່ານລົງໄປ ເຖິງ 12,000 ຕ໋າງ (ກະບຸງທີ່ໃຊ້ຕວງເຂົ້າເປືອກໄດ້ປະມານ 15 ກິໂລເຄິ່ງ).



ຕາມປະຫວັດສ່ວນໜຶ່ງທີ່ໄດ້ບັນທຶກໄວ້ຢ່າງໜ້າສົນໃຈຄື: “ເມື່ອປີຈໍ ຈັດຕະວາສົກ ຈຸນລະສັກກະຣາດ 1224 (ຄສ 1862) ເຈົ້າເມືອງແກວໄດ້ມີໜັງສືຫາຫົວເມືອງຕ່າງໆໃນສິບສອງຈຸໄທ ໃຫ້ເກນຄົນໄປຊ່ວຍເສິກ ຝຣັ່ງ ໂດຍໄດ້ເກນຜູ້ຄົນ ໃນເຂດ ເມືອງໄລ ໄດ້ 200 ຄົນ ນຳໂດຍ “ທ້າວໂດຍນຳ” ເປັນຜູ້ນຳພາ, ແຕ່ທ້າວໂດຍນໍາ ບໍ່ຍອມໄປ ແລະ ໄດ້ໜີໄປ ເມືອງໂມ້ (ຫົວເມືອງຂຶ້ນຂອງເມືອງໄລ). ຫລັງຈາກນັ້ນ ທ້າວໂດຍນຳ, ທ້າວເຫລນ, ທ້າວຕອມ ໄດ້ໄປຈ້າງໂປຕຶກ ທີ່ ເປັນນາຍຮ້ອຍໃຫຍ່ຂອງພວກລື້ ຢູ່ເມືອງອູ ໃນເຂດ ສິບສອງພັນນາ ໃຫ້ຍົກທັບໄປຕີເມືອງໄລ, ໂປຕຶກຜູ້ນີ້ເປັນນັກເລງໃຫຍ່ ມີລູກນ້ອງໄວ້ຫລວງຫລາຍປະມານ 500 ຄົນ ໄດ້ມາຕີເມືອງໄລ ເຮັດໃຫ້ເຈົ້າເມືອງໄລ ຄຸມກຳລັງອອກໄປຕໍ່ສູ້ ແຕ່ຕ້ານທານກຳລັງບໍ່ໄຫວ ຈຶ່ງຕ້ອງປະຖິ້ມເມືອງ ຫນີໄປ ອາໃສເມືອງ ເຕັງຮືງ.

, ທ້າວເຫລນ, ທ້າວຕອມ ລົງໄປກ່າວຄວາມ ໄກ່ເກັ່ຍ ເພື່ອໃຫ້ເຂົ້າໃຈກັນ ເຮັດໃຫ້ ເຈົ້າເມືອງໄລ ໄດ້ກັບໄປຄອງເມືອງເຊັ່ນເກົ່າ. ຢູ່ຕໍ່ມາໄດ້ ປະມານ 5-6 ເດືອນ ທ້າວໂດຍນຳ ຄຶດບໍ່ດີນຳເຈົ້າເມືອງໄລ ອີກຈຶ່ງໃຫ້ ທ້າວຕອມໄປຫາເຈົ້າເມືອງອູ ຜູ້ເປັນລື້ຢູ່ໃນ ສິບສອງພັນນາ ຂໍຈ້າງເອົາກຳລັງມາຕີເອົາເມືອງໄລ. ເຈົ້າເມືອງອູ ໄດ້ມອບຄົນໃຫ້ ເກືອບ700ຄົນ ໂດຍໃຫ້ ທ້າວຕອມ ຄຸມມາຕີເມືອງໄລ. ເມື່ອເຈົ້າເມືອງໄລຮູ້ຈື່ງໄດ້ໜີໄປໂດຍຝາກຄອບຄົວຂອງຕົນໄວ້ກັບເຈົ້າເມືອງເຈນ ໂດຍເຈົ້າເມືອງໄລ ພ້ອມດ້ວຍບຸດຄື ທ້າວຄຳໂຫມ, ທ້າວຄຳເຫີມ ແລະ ບ່າວໄພ ປະມານ20 ກວ່າຄົນ ໄດ້ໜີໄປເພີ່ງເຈົ້າເມືອງຫລວງພະບາງ. ໃນຂະນະທີ່ ທ້າວໂດຍນຳ ໄດ້ຕັ້ງຕົນເປັນເຈົ້າເມືອງໄລ ແລະ ໄດ້ເອົາຄົນລື້ເມືອງອູໄວ້ເປັນກຳລັງຮັກສາຕົນ. ເມື່ອຮູ້ວ່າ ເຈົ້າຊີວິດເມືອງຫລວງພະບາງ ໄດ້ແຕ່ງກອງທັບໃຫ້ເຈົ້າເມືອງໄລ ໄປຕີເອົາເມືອງໄລຄືນ, ທ້າວໂດຍນຳ, ທ້າວເຫລນ, ທ້າວຕອມ ເຫັນທ່າຈະສູ້ບໍ່ໄຫວ ກໍ່ໄດ້ພາຜູ້ຄົນໜີໄປເມືອງພູຝາງ ທີ່ເປັນເມຶອງຕໍ່ແດນເມືອງອູ ແຕ່ເປັນຫົວເມືອງຂຶ້ນຂອງເມືອງໄລ....”.



ຕາມຄຳໃຫ້ການນີ້້ເຫັນວ່າ ໃນຊ່ວງປີ ຄສ 1862 ນັ້ນ, ເມືອງອູ ຍັງຂຶ້ນຢູ່ກັບແຄວ້ນ ສິບສອງພັນນາ ຍັງບໍ່ໄດ້ຢູ່ໃນເຂດຂອງອານາຈັກລ້ານຊ້າງຫລວງພະບາງ. ເມືອຝຣັ່ງເສດ ເຂົ້າມາສຳຫລວດເຂດນີ້ (ເຂດແຂວງຜົ້ງສາລີ) ແລະ ຢ້ານຈີນຈະເຂົ້າມາປົກຄອງ ຈຶ່ງຍົກກຳລັງທະຫານເຂົ້າໄປປົກຄອງຄື: ໃຫ້ນາຍທະຫານຝຣັ່ງເຂົ້າໄປບັນຊາກອງກຳລັງ ພ້ອມທັງເຮັດໜ້າທີ່ເປັນເຈົ້າໄປພ້ອມ. ຫລັງຈາກນັ້ນໄດ້ລວມເຂົ້າມາເປັນເຂດຂອງອານາຈັກລ້ານຊ້າງຫລວງພະບາງ ແລະ ກາຍມາເປັນ ແຂວງໜື່ງທີ່ສຳຄັນທີ່ສຸດໃນໜ້າປະຫວັດສາດລາວ ຄືເປັນໜຶ່ງໃນສອງແຂວງເຕົ້າໂຮມ ກ່ອນຈະກາຍເປັນ ສປປ ລາວໃນປັດຈຸບັນ.


ໝາຍເຫດ: ເມືອງໄລ ກໍຄື ເມືອງໄລເຈົາ (ຫລາຍເຈົ້າ) ເປັນເມືອງຂຶ້ນຂອງຫລວງພະບາງ ໂດຍສົ່ງບັນນາການໃຫ້ແກ່ ເມືອງຫລວງພະບາງ ແລະ ສິບສອງພັນນາ ປັດຈຸບັນ ເປັນເມືອງໜຶ່ງ ໃນເຂດ ສສ ຫວຽດນາມ.

ແຫລ່ງທີ່ມາຈາກ: ແຂວງຜົ້ງສາລີ ເມືອງເໜື່ອ Phongsaly Province Northern
---------------------
ປະເທດລາວ: ຄວາມງາມທີ່ສຳຜັດໄດ້
LAOS: Touchable Beauty

ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com



 
Copyright © 2014 ຮູບພາບເມືອງລາວ - Lao Postcard
Powered by Blogger