New Photos...

ບຸນປະເພນີ

ຮູບພາບເກົ່າໆ

ທີ່ນີ້ທ່ານຄວນໄປທ່ຽວ

Thursday, May 17, 2018

ຄຳຕື້ແດນງາມ ຂຸມຊັບແຫ່ງໃຫມ່ ແຫຼ່ງທ່ອງທ່ຽວທຳມະຊາດ ຢູ່ເມືອງຄົງເຊໂດນ ທີ່ມີທິວທັດງົດງາມ ແນມເຫັນສາຍນໍ້າຂອງ



ແຫຼ່ງທ່ອງທ່ຽວຜາແຕ້ມ ພູລະຫິດ ເມືອງຄົງເຊໂດນ ແຂວງສາລະວັນ ເປັນສະຖານທີ່ໜຶ່ງທີ່ໜ້າທ່ຽວຊົມ ຊຶ່ງມີຈຸດຊົມວິວ, ທິວທັດທາງທຳມະຊາດທີ່ສວຍງາມ ເໝາະແກ່ການທ່ຽວຊົມພັກຜ່ອນ, ພະຈົນໄພ, ຍ່າງປ່າ, ຕັ້ງແຄ້ມ ແລະກິດຈະກຳອື່ນໆອີກຫຼາຍຢ່າງ, ທັງເປັນສະຖານທີ່ທ່ອງທ່ຽວທີ່ໜ້າສຶກສາຫຼາຍ ເນື່ອງຈາກມີປະຫວັດ ແລະຄວາມເປັນມາ ທີ່ກ່ຽວຂ້ອງກັບນະວະນິຍາຍເລື່ອງສັງສິນໄຊ ທັງເປັນແຫຼ່ງທ່ອງທ່ຽວ ຕິດກັບນ້ຳຂອງ ສາມາດຊົມວິວທິວທັດໄດ້ທັງສອງຝັງ ລະຫວ່າງຜາແຕ້ມ ຂອງລາວ ແລະໄທ ໄດ້ອີກ.



ທ່ານ ສົມບູນ ສາຍຕາ ປະຊາຊົນບ້ານຄຳຕື້ ເມືອງຄົງເຊໂດນ ໄດ້ເລົ່າປະຫວັດກ່ຽວກັບແຫຼ່ງທ່ອງທ່ຽວນີ້ ໃຫ້ຮູ້ວ່າ: ພູລະຫິດ ຫຼື ເມື່ອກ່ອນເອີ້ນວ່າ: ພູໂລຫິດ ເຊິ່ງໝາຍເຖິງສາຍເລືອດຂອງຍັກກຸມພັນທີ່ຕໍ່ສູ້ກັບສິນໄຊ ແຕ່ປັດຈຸບັນປ່ຽນມາເປັນພູລະຫິດ.



ໃນພູແຫ່ງນີ້ຍັງມີສະຖານທີ່ອີກຫຼາຍບ່ອນທີ່ເປັນຮ່ອງຮອຍກ່ຽວກັບນິຍາຍສັງສິນໄຊເປັນຕົ້ນ: ຕັ່ງສິນໄຊ, ສະຖານທີ່ສິນໄຊລອງລິດ, ບ່ອນຕາກໜັງເສືອ, ຫີນຫຼັກເມືອງ, ຮອຍເສື້ອສາມລ້ານ ແລະອື່ນໆ, ນອກນັ້ນໃນພູແຫ່ງນີ້ຍັງມີຖ້ຳຜາມື ເຊິ່ງມີຮອຍຝາມືທີ່ຕິດຢູ່ໃນຫີນ ແລະຜາແຕ້ມແມ່ນມີຮູບແຕ້ມ ສັດສາວາສິ່ງ ແລະອື່ນໆ ທີ່ມີນິທານເລົ່າຂານກັບສືບມາຈົນຮອດປັດຈຸບັນນີ້. 


ຫຼ່ງທ່ອງທ່ຽວແຫ່ງນີ້ແມ່ນຂຶ້ນກັບເມືອງຄົງເຊໂດນ ເປັນຜູ້ຄຸ້ມຄອງ ແລະປົກປັກຮັກສາ ເຊິ່ງເປັນແຫຼ່ງທ່ອງທ່ຽວທີ່ມີຈຸດຊົມວິວທີ່ງົດງາມ, ທິວທັດທຳມະຊາດ, ຖ້ຳ ແລະສະຖານທີ່ຕ່າງໆໃນຂອບເຂດບໍລິເວນແຫ່ງນີ້. ໃນຂອບເຂດບໍລິເວນເທິງຫຼັງພູເປັນພື້ນທີ່ຮາບພຽງ ກວມເອົາຫຼາຍຮ້ອຍເຮັກຕາ, ນອກຈາກນັ້ນແລ້ວຊາວບ້ານຍັງສາມາດກຳຂໍ້ມູນ ແລະສາມາດເລົ່າປະຫວັດນິຍາຍກ່ຽວກັບຈຸດນັ້ນໄດ້ດີ ແລະຮູ້ຈັກພື້ນທີ່ແຫ່ງນັ້ນໄດ້ເປັນຢ່າງດີ. ເສັ້ນທາງເຂົ້າສະດວກສະບາຍ ເປັນເສັ້ນທາງດິນແດງ ສາມາດເຂົ້າຮອດເຖິງສະຖານທີ່ ເຊິ່ງຫ່າງຈາກທາງເລກທີ 13 ໃຕ້ ເຂົ້າໄປ 20 ຫຼັກກິໂລແມັດ.


ໂດຍເມື່ອບໍ່ດົນມານີ້ທ່ານ ສົມໃຈ ອຸ່ນຈິດ ຫົວໜ້າພະແນກ ຖວທ ແຂວງສາລະວັນ ພ້ອມຄະນະ ໄດ້ລົງສຳຫຼວດເກັບກຳຂໍ້ມູນຕົວຈິງ ເພື່ອເປັນຂໍ້ມູນພື້ນຖານໃຫ້ແກ່ການທ່ອງທ່ຽວ, ສ້າງເງື່ອນໄຂໃຫ້ແກ່ນັກທ່ອງທ່ຽວຕື່ມອີກ ໃນການທ່ຽວຊົມ ແລະເພື່ອພັດທະນາແຫຼ່ງທ່ອງທ່ຽວແຫ່ງນີ້ໃຫ້ກາຍເປັນຈຸດທ່ຽວຊົມ ແລະຈຸດແວ່ຂອງນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດຕື່ມອີກ.









ແຫລ່ງທີ່ມາຈາກ:ໜັງສືພິມ“ສາລະວັນ“


---------------------
ປະເທດລາວ: ຄວາມງາມທີ່ສຳຜັດໄດ້
LAOS: Touchable Beauty

ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com


 
Copyright © 2014 ຮູບພາບເມືອງລາວ - Lao Postcard
Powered by Blogger