New Photos...

ບຸນປະເພນີ

ຮູບພາບເກົ່າໆ

ທີ່ນີ້ທ່ານຄວນໄປທ່ຽວ

Saturday, May 19, 2018

ພະທາດຫຼວງນໍ້າທາ ມິງຂວັນຊາວເມືອງ ແລະ ເປັນຈຸດຊົມວິວເທດສະບານເມືອງຫຼວງນ້ຳທາ



ແຂວງຫຼວງນໍ້າທາເປັນແຂວງນ້ອຍ, ຕັ້ງຢູ່ພາກຕາເວັນຕົກສ່ຽງເໜືອຂອງ ສປປ ລາວ, ມີເນື້ອທີ່ທັງໝົດ 9.325 km2,ໃນນີ້ 85% ເປັນເຂດພູດອຍ ແລະ 55% ເປັນເຂດປ່າໄມ້ປົກຄຸມ, ມີຊາຍແດນຕິດກັບແຂວງບໍ່ແກ້ວ, ແຂວງອຸດົມໄຊ ແລະ ຕິດກັບ ສປ. ຈີນ 140 km, ຕິດກັບມຽນມ້າ 130 km, ທົ່ວແຂວງປະກອບມີ 5 ເມືອງ.



ແຂວງຫຼວງນໍ້າທາໄດ້ຊື່ວ່າເປັນແຂວງທີ່ມີຄວາມຫຼາກຫຼາຍທາງດ້ານຊົນເຜົ່າ ເຮັດໃຫ້ກາຍເປັນມົນສະເຫນດຶງດູດຜູ້ຄົນໃຫ້ມາຢ້ຽມຢາມສະຖານທີ່ແຫ່ງນີ້ບໍ່ໄດ້ຂາດສະຖານທີ່ທອງທ່ຽວສຳຄັນຂອງຫຼວງນໍ້າທາປະກອບມີຫຼາຍຢ່າງທັງຢູ່ເມືອງຫຼວງນໍ້າທາ, ເມືອງສິງ ແລະ ເມືອງອື່ນໆ ລວມເຖິງປ່າສະຫງວນນໍ້າຫ້າ ແລະ ວິຖີຊີວິດຊົນເຜົ່າ, ແຕ່ມື້ນີ້ແອັດມີນຈະນຳສະເໜີພະທາດຫຼວງນໍ້າທາກ່ອນນໍ



ພະທາດຫຼວງນໍ້າທາຕັ້ງຢູ່ ບ້ານໄຊສົມບູນ, ເມືອງ ແລະ ແຂວງຫຼວງນ້ຳທາ, ສ້າງສຳເລັດໃນປີ 2007. ໂດຍການຮ່ວມແຮງຮ່ວມໃຈ ຂອງເຈົ້າສັດທາ ຈາກປະຊາຊົນ ຜູ້ມີຈິດໃຈເຫຼື່ອມໃສ ໃນສາສະໜາພຸດ ໄດ້ພາກັນສ້າງພະທາດນີ້ຂຶ້ນມາ ເພື່ອສັກກາລະບູຊາ.


ໃນທຸກໆ ປີ ລະຫວ່າງ ເດືອນກຸມພາ ຈະມີການຈັດງານສະຫຼອງ ພະທາດຫລວງນ້ຳທາ ຂຶ້ນ ຢູ່ບໍລິເວນ ພະທາດຫຼວງນ້ຳທາ, ໃນງານດັ່ງກ່າວມີການຄົບງັນເຄື່ອງອັດທະ ຂອງເຈົ້າສັດທາ, ມີການວາງສະແດງຜະລິດຕະພັນ ທ້ອງຖິ່ນ.  ທ່ານສາມາດເຂົ້າຫາແຫຼ່ງທ່ອງທ່ຽວ ດັ່ງກ່າວ ໄດ້ຢ່າງສະດວກສະບາຍ ແລະ ຈາກຈຸດນີ້ ທ່ານສາມາດຊົມທິວທັດ ເທດສະບານແຂວງຫຼວງນ້ຳທາ ໄດ້ຢ່າງສວຍງາມ.






ພາບໂດຍ: ໄກ່ແກ້ວ
---------------------
ປະເທດລາວ: ຄວາມງາມທີ່ສຳຜັດໄດ້
LAOS: Touchable Beauty

ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com



 
Copyright © 2014 ຮູບພາບເມືອງລາວ - Lao Postcard
Powered by Blogger