New Photos...

ບຸນປະເພນີ

ຮູບພາບເກົ່າໆ

ທີ່ນີ້ທ່ານຄວນໄປທ່ຽວ

Saturday, May 19, 2018

ແຊປ້ອງໄລ ປາຍທາງການທ່ອງທ່ຽວທີ່ຄວນຢູ່ໃນແຜນ ສຳລັບຜູ້ມັກທ່ຽວຊົມຄວາມງາມຂອງທຳມະຊາດ ແລະ ນໍ້າຕົກ



ເມື່ອເວົ້າເຖິງນໍ້າຕົກຕາດແຊປ້ອງໄລ ກໍເຮັດໃຫ້ຫຼາຍຄົນຖະຫວິນຫາຢາກໄປສຳຜັດຄວາມງາມຂອງມັນ.ດັ່ງດຽວກັບຜູ້ຂຽນ ກໍມີຄວາມກະຕືລືລົ້ນກະຫາຍທີ່ຈະອອກໄປສຳຜັດມັນ.
ແຕ່ການຈະໄປເຖິງສະຖານທີ່ແຫ່ງນີ້ກໍບໍ່ແມ່ນເລື່ອງງ່າຍເພາະມັນໄກຈາກນະຄອນຫຼວງວຽງຈັນນັບພັນກິໂລແມັດ ຂະນະທີ່ຂໍ້ມູນການເດີນທາງໄປສະຖານທີ່ດັ່ງກ່າວ ກໍຍັງບໍ່ມີຄວາມຊັດເຈນທີ່ພຽງພໍ.


ພະນັກງານຈາກຫ້ອງການຖວທ ເມືອງບອກວ່າ ນໍ້າຕົກຕາດແຊປ້ອງໄລ ເປັນນໍ້າຕົກທີ່ງົດງາມທີ່ເກີດຈາກນໍ້າສາຍນໍ້າເຊປຽນ ມີຄວາມກວ້າງປະມານ 130 ແມັດ, ແບ່ງເປັນສອງສາຍດ້ານຊ້າຍ ມີຄວາມສູງປະມານ 20 ແມັດ ແລະດ້ານຂວາສູງປະມານ 30 - 40 ແມັດ. ໃນລະດູຝົນແມ່ນບໍ່ສາມາດລົງຫລິ້ນນໍ້າໄດ້ເນື່ອງຈາກະແສນໍ້າໄຫຼແຮງ ແຕ່ໃນລະດູແລ້ງ ສາມາດລົງລອຍຫລິ້ນໄດ້ ເຊິ່ງຮູບຊູດນີ້ແມ່ນຖ່າຍເມື່ອວັນທີ27 ກູມພາ 2018 ໂດຍ Sonepasit S-media Sign-Photo ອີກຫນຶ່ງຊ່າງພາບສີມືດີຢູ່ແຂວງສາລະວັນ ເຊິ່ງໄດ້ນຳພາຊ່າງພາບຈາກນະຄອນຫຼວງວຽງຈັນເດີນທາງສູ່ຕາດແຊປ້ອງໄລ.


+ຂໍ້ມູນການເດີນທາງ
ການເດີນທາງໄປນໍ້າຕົກຕາດແຊປ້ອງໄລດັ່ງກ່າວມີ 3 ທາງຄື:
1.ເດີນທາງຈາກ ເມືອງປະທຸມພອນ: ຈາກທາງເລກທີ13 ໃຕ້ ທີ່ຫຼັກ48 ເມືອງປະທຸມພອນ ແຂວງຈຳປປາສັກ ລ້ຽວຊ້າຍເຂົ້າສູ່ເສັ້ນທາງ ເລກ 18A ຈາກເມືອງປະທຸມພອນ ແຂວງຈຳປາສັກ ສູ່ແຂວງອັດຕະປື ຮອດ 3 ແຍກ ບໍລິເວນບ້ານໃໝ່(ປະມານ60ກິໂລແມັດ) ໃຫ້ລ້ຽວຊ້າຍ ຂີ່ໄປຕາມເສັ້ນທາງຈາກສະຫນາມໄຊສູ່ເມືອງປາກຊ່ອງ ປະມານ ສິບປາຍກິໂລແມັດ ກໍຈະຮອດຕາດແຊພະ ສ່ວນເສັ້ນທາງແມ່ນບໍ່ສະດວກ ສາມາດໄປໄດ້ໃນລະດູແລ້ງ ສ່ວນລະດູຝົນອາດມີຄວາມຫຍຸ້ງຍາກໃນການຂ້າມນໍ້າຂ້າມຫ້ວຍທີ່ຍັງບໍ່ມີຂົວ.

3. ເສັ້ນທາງແຕ່ເທດສະບານແຂວງອັດຕະປື ໄປຕາມເສັ້ນທາງເລກທີ 18A ຜ່ານເມືອງຂະຫນາມໄຊ ຜ່ານບ້ານໃຫມ່ ແລ້ວລ້ຽວຂວາໄປຕາມເສັ້ນທາງສູ່ເມືອງປາກຊ່ອງ ບໍ່ດົນກໍມີທາງລ້ຽວຂວາອີກຂີ່ໄປບໍ່ຮອດ10 ກິໂລແມັດກໍຮອດຕາດແຊພະ ໄລຍະທາງ 75 ກິໂລແມັດ(ເປັນທາງດິນແດງ).


ການເຂົ້າເຖິງຕາດແຊປ້ອງໄລ ຖືວ່າບໍ່ສະດວກໃນລະດູຝົນ ເຊິ່ງເປັນຍາມທີ່ນໍ້າຕົກຕາດງາມທີ່ສຸດແມ່ນເຂົ້າຍາກມີພຽງແຕ່ລົດສູງ ມີໂຟວິນ ຫຼື ລົດຈັກ ບີບາກເທົ່ານັ້ນທີ່ພໍເຂົ້າໄດ້ ແຕ່ຖ້າໄປລະດູແລ້ງກໍພໍໄປໄດ້ ຂໍໃຫ້ເປັນລົດສູງໄວ້ຈະດີທີ່ສຸດ.


ສ່ວນການບໍລິການຢູ່ຕາດແຊພະ ແຊປ້ອງໄລ ກໍຖືວ່າຍັງບໍ່ທັນໄດ້ຮັບການພັດທະນາປັບປຸງໃຫ້ດີເທົ່າທີ່ຄວນ ເຊິ່ງຜູ້ພັດທະນາ ຕ້ອງໄດ້ເອົາໃຈໃສ່ລາຍຂຶ້ນການປັບປຸງສິ່ງອຳນວຍຄວາມສະດວກເພາະຄົນເລີ່ມມາຫລິ້ນຫຼາຍຂຶ້ນ.

ຮູບໂດຍ:Sonepasit S-media Sign-Photo

---------------------
ປະເທດລາວ: ຄວາມງາມທີ່ສຳຜັດໄດ້
LAOS: Touchable Beauty

ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com


 
Copyright © 2014 ຮູບພາບເມືອງລາວ - Lao Postcard
Powered by Blogger