New Photos...

ບຸນປະເພນີ

ຮູບພາບເກົ່າໆ

ທີ່ນີ້ທ່ານຄວນໄປທ່ຽວ

Tuesday, May 22, 2018

ຜາແຕ້ມ ພູລະຫິດ( ຄໍາຕື້ ແດນງາມ) ອີກແຫຼ່ງທ່ອງທ່ຽວ ທີ່ກຳລັງເຜີຍກີບອ້າ ລໍຖ້າທ່ານໄປສຳຜັດຕົວຈິງ



ສອງອາທິດຜ່ານມາແຫລ່ງທ່ອງທ່ຽວທຳມະຊາດແຫ່ງໃຫມ່ ທີ່ຖືກຄົ້ນພົບຢູ່ເມືອງຄົງເຊໂດນແຂວງສາລະວັນ ຖືກເປີດເຜີຍຄວາມງາມສູ່ສາຍຕາມະຫາຊົນ ກໍໄດ້ຮັບຄຳຍ້ອງຍໍຊົມເຊີຍວ່າເປັນອີກຈຸດທີງົດງາມ ແລະ ຈະກາຍເປັນທ່າແຮງການທ່ອງທ່ຽວທຳມະຊາດທີ່ສຳຄັນໃນເຂດນັ້ນ.


 ຫຼ້າສຸດທີມຊ່າງພາບຈາກເມືອງສາລະວັນ ແຂວງສາລະວັນ ກໍດັ້ງດົ້ນ ຄົ້ນຫາຄວາມງາມຂອງສະຖານທີ່ແຫ່ງນີ້ມານຳສະເຫນີຕື່ມອີກ ເຊິ່ງເຊື່ອວ່າຈະເປັນການ ການໂຄສະນາປະຊາສຳພັນທີ່ດີ ຈງໃດກໍຊົມເຊີຍ ຊ່າງພາບ Sonepasit S-media Sign-Photo ແລະທີມງານ ນໍ ນຳເອົາພາບງາມໆມາຕ້ອນມາຝາກຊາວໂລກ.
ມື້ນີ້ທີມງານລາວໂພດສະກາດກໍຂອະນາຍຸດນຳມາຂະຫຍາຍຕໍ່ໃຫ້ກວ້າງຂວາງຍິ່ງຂຶ້ນ  ທັງເປັນການໂຄສະນາສະຖານທີ່ທ່ອງທ່ຽວແຫ່ງໃຫມ່ ທີ່ທາງແຂວງສາລະວັນຈະໄດ້ພັດທະນາສິ່ງອຳນວຍຄວາມສະດວກຕ່າງໆຂຶ້ນມາໃນຕໍ່ຫນ້ານໍ

  ແຫຼ່ງທ່ອງທ່ຽວຜາແຕ້ມ ພູລະຫິດ ເມືອງຄົງເຊໂດນ ແຂວງສາລະວັນ ເປັນສະຖານທີ່ໜຶ່ງທີ່ໜ້າທ່ຽວຊົມ ຊຶ່ງມີຈຸດຊົມວິວ, ທິວທັດທາງທຳມະຊາດທີ່ສວຍງາມ ເໝາະແກ່ການທ່ຽວຊົມພັກຜ່ອນ, ພະຈົນໄພ, ຍ່າງປ່າ, ຕັ້ງແຄ້ມ ແລະກິດຈະກຳອື່ນໆອີກຫຼາຍຢ່າງ, ທັງເປັນສະຖານທີ່ທ່ອງທ່ຽວທີ່ໜ້າສຶກສາຫຼາຍ ເນື່ອງຈາກມີປະຫວັດ ແລະຄວາມເປັນມາ ທີ່ກ່ຽວຂ້ອງກັບນະວະນິຍາຍເລື່ອງສັງສິນໄຊ ທັງເປັນແຫຼ່ງທ່ອງທ່ຽວ ຕິດກັບນ້ຳຂອງ ສາມາດຊົມວິວທິວທັດໄດ້ທັງສອງຝັງ ລະຫວ່າງຜາແຕ້ມ ຂອງລາວ ແລະໄທ ໄດ້ອີກ.


  ທ່ານ ສົມບູນ ສາຍຕາ ປະຊາຊົນບ້ານຄຳຕື້ ເມືອງຄົງເຊໂດນ ໄດ້ເລົ່າປະຫວັດກ່ຽວກັບແຫຼ່ງທ່ອງທ່ຽວນີ້ ໃຫ້ຮູ້ວ່າ: ພູລະຫິດ ຫຼື ເມື່ອກ່ອນເອີ້ນວ່າ: ພູໂລຫິດ ເຊິ່ງໝາຍເຖິງສາຍເລືອດຂອງຍັກກຸມພັນທີ່ຕໍ່ສູ້ກັບສິນໄຊ ແຕ່ປັດຈຸບັນປ່ຽນມາເປັນພູລະຫິດ.
ໃນພູແຫ່ງນີ້ຍັງມີສະຖານທີ່ອີກຫຼາຍບ່ອນທີ່ເປັນຮ່ອງຮອຍກ່ຽວກັບນິຍາຍສັງສິນໄຊເປັນຕົ້ນ: ຕັ່ງສິນໄຊ, ສະຖານທີ່ສິນໄຊລອງລິດ, ບ່ອນຕາກໜັງເສືອ, ຫີນຫຼັກເມືອງ, ຮອຍເສື້ອສາມລ້ານ ແລະອື່ນໆ, ນອກນັ້ນໃນພູແຫ່ງນີ້ຍັງມີຖ້ຳຜາມື ເຊິ່ງມີຮອຍຝາມືທີ່ຕິດຢູ່ໃນຫີນ ແລະຜາແຕ້ມແມ່ນມີຮູບແຕ້ມ ສັດສາວາສິ່ງ ແລະອື່ນໆ ທີ່ມີນິທານເລົ່າຂານກັບສືບມາຈົນຮອດປັດຈຸບັນ

 ແຫຼ່ງທ່ອງທ່ຽວແຫ່ງນີ້ແມ່ນຂຶ້ນກັບເມືອງຄົງເຊໂດນ ເປັນຜູ້ຄຸ້ມຄອງ ແລະປົກປັກຮັກສາ ເຊິ່ງເປັນແຫຼ່ງທ່ອງທ່ຽວທີ່ມີຈຸດຊົມວິວທີ່ງົດງາມ, ທິວທັດທຳມະຊາດ, ຖ້ຳ ແລະສະຖານທີ່ຕ່າງໆໃນຂອບເຂດບໍລິເວນແຫ່ງນີ້. ໃນຂອບເຂດບໍລິເວນເທິງຫຼັງພູເປັນພື້ນທີ່ຮາບພຽງ ກວມເອົາຫຼາຍຮ້ອຍເຮັກຕາ, ນອກຈາກນັ້ນແລ້ວຊາວບ້ານຍັງສາມາດກຳຂໍ້ມູນ ແລະສາມາດເລົ່າປະຫວັດນິຍາຍກ່ຽວກັບຈຸດນັ້ນໄດ້ດີ ແລະຮູ້ຈັກພື້ນທີ່ແຫ່ງນັ້ນໄດ້ເປັນຢ່າງດີ. ເສັ້ນທາງເຂົ້າສະດວກສະບາຍ ເປັນເສັ້ນທາງດິນແດງ ສາມາດເຂົ້າຮອດເຖິງສະຖານທີ່ ເຊິ່ງຫ່າງຈາກທາງເລກທີ 13 ໃຕ້ ເຂົ້າໄປ 20 ຫຼັກກິໂລແມັດ.









ຮູບໂດຍ: Sonepasit S-media Sign-Photo
---------------------
ປະເທດລາວ: ຄວາມງາມທີ່ສຳຜັດໄດ້
LAOS: Touchable Beauty

ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com



 
Copyright © 2014 ຮູບພາບເມືອງລາວ - Lao Postcard
Powered by Blogger