New Photos...

ບຸນປະເພນີ

ຮູບພາບເກົ່າໆ

ທີ່ນີ້ທ່ານຄວນໄປທ່ຽວ

Friday, May 4, 2018

ຄອນໄຮ ອີກໜຶ່ງສິ່ງມະຫັດສະຈັນຂອງມະຫານະທີ ສີພັນດອນ


ມະຫານະທີ ສີພັນດອນ ແຂວງຈຳປາສັກ ເປັນເຂດທ່ອງທ່ຽວທີ່ນິຍົມກັນຫຼາຍທັງພາຍໃນແລະຕ່າງປະເທດ ດ້ວຍຄວາມເປັນສະຖານທີ່ອຸດົມໄປດ້ວຍຊັບພະຍາກອນທາງທຳມະຊາດ ແລະ ລະບົບນິເວດວິທະຍາ. 



ອີກທັງທິວທັດທີ່ໂດດເດັ່ນ ແລະ ສວຍງາມ ສ້າງຄວາມປະທັບໃຈໃຫ້ແກ່ຜູ້ພົບເຫັນ ເກີດຈາກທຳມະຊາດເຊິ່ງປະກອບດ້ວຍປ່າຕຶບໜາອັນຂຽວງາມ ແລະ ໜ່ວຍພູສູງທຽມຟ້າ, ເມື່ອແນມໄປທາງຕາເວັນຕົກ ຫຼື ທິດໃຕ້ ຈະເຫັນທຳມະຊາດທີ່ກົມກືນເຂົ້າກັບດອນຕ່າງໆ,ຫາດຊາຍ,ປ່າຊາຍ,ເກາະດອນນ້ອຍໃຫຍ່ ເຕັມໄປທົ່ວລຳແມ່ນ້ຳຂອງທີ່ກວ້າງໃຫຍ່,ມີໂງ່ນຫີນ ແລະ ໜ້າຜາທີ່ສະຫຼັບສັບຊ້ອນຈົນກາຍເປັນແຫຼ່ງນ້ຳຕົກຕາດ,ແກ້ງ,ດອນຫຼວງຫຼາຍເກີນທີ່ຈະບັນຍາຍ ແລະທີ່ສຳຄັນ ເຂດມະຫານະທີສີພັນດອນຍັງເປັນທີ່ຕັ້ງຂອງ “ນ້ຳຕົກຕາດຄອນພະເພັງ”ແລະ“ນ້ຳຕົກຕາດສົມພະມິດ ຫຼື ຫຼີຜີ” ທີ່ມີຊື່ສ່ຽງໂດ່ງດັງພາຍໃນ ແລະ ຕ່າງປະເທດ.



ຄອນໄຮ ອີກໜຶ່ງສິ່ງມະຫັດສະຈັນຂອງມະຫານະທີ ສີພັນດອນ ເມືອງໂຂງແຂວງຈຳປາສັກເຂດຊາຍແດນລາວກຳປູເຈຍ ທີ່ຫາກທ່ານໃດໄດ້ມີໂອກາດລົງໄປຄອນພະເພັງ ກໍຄວນຍາດເວລາໄປເລາະບັນດາເກາະດອນຕ່າງໃນເຂດດັ່ງກ່າວ ຮັບຮອງວ່າທ່ານຈະຫລົງໄຫລໃນຄວາມງາມຂອງມັນ.













ຂອບໃຈຮູບງາມໆໂດຍAnouphon Phomhacsar,



---------------------
ປະເທດລາວ: ຄວາມງາມທີ່ສຳຜັດໄດ້
LAOS: Touchable Beauty

ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com



 
Copyright © 2014 ຮູບພາບເມືອງລາວ - Lao Postcard
Powered by Blogger