New Photos...

ບຸນປະເພນີ

ຮູບພາບເກົ່າໆ

ທີ່ນີ້ທ່ານຄວນໄປທ່ຽວ

Saturday, May 5, 2018

ໂຮງແຮມ ຄິຣິດາລາ ຫຼວງພະບາງ ອີກຫນຶ່ງທີ່ພັກສຸດພິເສດຢູ່ເມືອງມໍລະດົກໂລກ




ເມືອງມໍລະດົກໂລກ ຫຼວງພະບາງ ເປັນໜຶ່ງໃນຈຸດໝາຍປາຍທາງການທ່ອງທ່ຽວລໍາດັບຕົ້ນຂອງປະເທດ. ດັ່ງນັ້ນ, ຂະແໜງປິ່ນອ້ອມໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງແຂງແຮງໃນຊຸມປີຜ່ານມາ ໂດຍສະເພາະກໍ່ແມ່ນດ້ານທີ່ພັກ ເຊິ່ງໃນເມືອງຫຼວງພະບາງ ມີໃຫ້ເລືອກຢ່າງຫຼວງຫຼາຍນັບແຕ່ລະດັບທົ່ວໄປຈົນເຖິງລະດັບ 5 ດາວ.



 ທ່ານ ຜູ້ຈັດການໂຮງແຮມ ຄິຣິດາລາ ຫຼວງພະບາງ ກ່າວວ່າ: ໂຮງແຮມ ຄິຣິດາລາ ເປັນໂຮງແຮມລະດັບ 4 ດາວ ທີ່ໄດ້ຮັບການອອກແບບໃຫ້ມີຄວາມໂດດເດັ່ນ ແລະ ລົງໂຕລະຫວ່າງຄວາມທັນສະໄໝ ແຕ່ຍັງຄົງຄວາມເປັນເອກະລັກຂອງເມືອງຫຼວງພະບາງ. ຜູ້ທີ່ອອກແບບກໍ່ຄືຜູ້ທີ່ເປັນເຈົ້າຂອງແມ່ນຕ້ອງການທີ່ຈະໃຫ້ບັນດາແຂກທີ່ເຂົ້າມາພັກໄດ້ຮັບຄວາມຮູ້ສຶກທີ່ເປັນມິດ ແລະ ຄວາມຮູ້ສຶກອົບອຸ່ນນັບຕັ້ງແຕ່ກ້າວທຳອິດທີ່ເຂົ້າມາ ຈົນເຖິງວິນາທີສຸດທ້າຍທີ່ກ້າວອອກຈາກໂຮງແຮມ.




ທີ່ຕັ້ງໂດດເດັ່ນ ເຫັນວິວເມືອງຫຼວງພະບາງ ເປັນໂຮງແຮມທີ່ມີຄວາມໂດດເດັ່ນຂອງທີ່ຕັ້ງ ເຊິ່ງສາມາດແນມເຫັນພະທາດພູສີ ແລະ ແນມເຫັນບັນຍາກາດຂອງຕາເວັນຕົກດິນ, ທຸກຫ້ອງພັກແມ່ນມີການອອກແບບໃຫ້ມີວິວຂອງຫ້ອງທີ່ມີ ຄວາມສວຍງາມ, ມີຄວາມສະດວກສະບາຍຂອງຫ້ອງພັກ ເຊິ່ງເຮັດໃຫ້ລູກຄ້າມີຄວາມພໍໃຈ. ນອກຈາກການບໍລິການຫ້ອງພັກແລ້ວ ພວກເຮົາຍັງມີບໍລິການລົດຮັບສົ່ງ ສຳລັບລູກຄ້າທີ່ຕ້ອງການເຂົ້າໄປໃນຕົວເມືອງໄດ້ຕະຫຼອດເວລາ ແລະ ມີບໍລິການລົດຖີບໃຫ້ລູກຄ້າສາມາດນຳໄປໃຊ້ໄດ້ໂດຍບໍ່ເສຍຄ່າຕະຫຼອດເວລາທີ່ເຂົ້າພັກ. 



ນອກຈາກນີ້, ພວກເຮົາຍັງມີອີກຫຼາຍໆກິດຈະກຳທີ່ໃຫ້ລູກຄ້າເລືອກບໍ່ວ່າຈະໄປເຮັດກິດຈະກຳທີ່ສວນນ້ຳດົງ ຫຼື Nahmdong Park ເຊິ່ງມີຫຼາກຫຼາຍກິດຈະກຳ, ມີໄປທ່ຽວຊົມຕາດກວາງຊີ, ຂີ່ເຮືອໄປຊົມຖ້ຳຕິ່ງ, ຕາດແຊ້, ຂີ່ຊ້າງ ແລະ ອື່ນໆອີກ. ໃນປີ 2016 ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມແຂວງຫຼວງພະບາງ ທັງໝົດ 643,586 ຄົນ ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 5.88%. ໃນນັ້ນ, ນັກທ່ອງທ່ຽວຕ່າງປະເທດ 469,319 ຄົນ ເພີ່ມຂຶ້ນ 5.31%, ສາມາດສ້າງລາຍຮັບຈາກນັກທ່ອງທ່ຽວໄດ້ປະມານ 200 ລ້ານໂດລາສະຫະລັດ ຫຼື ປະມານ 1,600 ຕື້ກີບ.









---------------------
ປະເທດລາວ: ຄວາມງາມທີ່ສຳຜັດໄດ້
LAOS: Touchable Beauty

ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com




 
Copyright © 2014 ຮູບພາບເມືອງລາວ - Lao Postcard
Powered by Blogger