New Photos...

ບຸນປະເພນີ

ຮູບພາບເກົ່າໆ

ທີ່ນີ້ທ່ານຄວນໄປທ່ຽວ

Monday, May 7, 2018

ທ່ານນາຍົກທອງລຸນ ສີສຸລິດ ຕ້ອນຮັບເຈົ້າຊາຍ ອານ​ເຟຼດ ແຫ່ງປະ​ເທດເລັກ​ເຕນ​ສະ​ເຕນ ທັງເປັນປະທານສະພາ ທີ່ປຶກສາມູນນິທິສັນຕິພາບສາກົນເຂົ້າຢ້ຽມຂໍ່ານັບ


ວັນ​ທີ 7 ພຶດ​ສະ​ພາ 2018  ເວລາ 10:00ໂມງ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນ​ຮັບ ເຈົ້າ​ຊາຍ ​ອານ​ເຟຼດ (Alfred) ແຫ່ງ ​ປະ​ເທດ ເລັກ​ເຕນ​ສະ​ເຕນ ທັງ​ເປັນ​ປະ​ທານ ​ສະ​ພາ​ທີ່​ປຶກ​ສາ ​ຂອງ​ ມູນ​ນິ​ທິສັນ​ຕິ​ພາບ​ສາ​ກົນ (International Peace Foundation) ພ້ອມ​ດ້ວຍ​ຄະ​ນະ ໃນ​ໂອ​ກາດ​ເດີນ​ທາງ​ມາ​ຢ້ຽມ​ຢ​າມ ແລະ ເຮັດ​ວຽກ ຢູ່ ສ​ປ​ປ ລ​າວ.


ໂອ​ກາດ​ດັ່ງ​ກ່າວ,  ທ່ານ ທອງຜ່ານ ສະຫວັນເພັດ ໄດ້​ສະ​ແດງ​ ຄວາມ​ຍິນ​ດີ​ຕ້ອນ​ຮັບ ແລະ ຕີ​ລາ​ຄາ​ສູງ ຕໍ່​ເຈົ້າຊາຍ ອານ​ເ​ຟຼດ ແຫ່ງ​ປະ​ເທດ ເລັກ​ເຕນ​ສະ​ເຕນ ທີ່​ໄດ້​ນຳ​ພາ​ຄະ​ນະ ເດີນ​ທາງ​ມາ ​ຢ້ຽມ​ຢາມ ສ​ປ​ປ ລາວ ໃນ​ຄັ້ງ​ນີ້, ເຊິ່ງ​ ເປັນ​ການ​ຮັດ​ແໜ້ນ​ການ​ພົວ​ພັນ​ຮ່ວມ​ມື ຮອບ​ດ້ານ  ລະ​ຫວ່າງ ສອງ ​ປະ​ເທດ ລາວ-ເລັກ​ເຕນ​ສະ​ເຕນ ໃຫ້​ໄດ້ ​ຮັບ​ການ​ພັດ​ທະ​ນາ ແລະ ຊ່ວຍ​ເຫລືອ​ເຊິ່ງ​ກັນ ແລະ ກັນ ໃນ​ທຸກ​ຂົງ​ເຂດ​ວຽກ​ງານ ຕະ​ຫລອດ​ໄປ.


ຈາກນັ້ນເວລາ11:50ໂມງ  ເຈົ້າ​ຊາຍ ​ອານ​ເຟຼດ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ນາງ ແສງ​ເດືອນ ຫລ້າ​ຈັນ​ທະ​ບູນ ລັດ​ຖະ​ມົນ​ຕີ ​ກະ​ຊ​ວງ​ສຶກ​ສາ​ທິ​ການ ແລະ ກິ​ລາໂອ​ກາດ​ດັ່ງ​ກ່າວ, ທ່ານ ນາງ ແສງ​ເດືອນ ຫລ້າ​ຈັນ​ທະ​ບູນ ໄດ້​ສະ​ແດງ​ ຄວາມ​ຍິນ​ດີ​ຕ້ອນ​ຮັບ ແລະ ຕີ​ລາ​ຄາ​ສູງ ຕໍ່​ເຈົ້າຊາຍ ອານ​ເ​ຟຼດ ແຫ່ງ​ປະ​ເທດ ເລັກ​ເຕນ​ສະ​ເຕນ ທີ່​ໄດ້​ນຳ​ພາ​ຄະ​ນະ ເດີນ​ທາງ​ມາ ​ຢ້ຽມ​ຢາມ ສ​ປ​ປ ລາວ ໃນ​ຄັ້ງ​ນີ້, ເຊິ່ງ​ ເປັນ​ການ​ຮັດ​ແໜ້ນ​ການ​ພົວ​ພັນ​ຮ່ວມ​ມື ຮອບ​ດ້ານ ໂດຍ​ສະ​ເພາະ ​ແມ່ນ​ວຽກ​ງານ​ດ້ານ​ການ​ສຶກ​ສາ ລະ​ຫວ່າງ ສອງ ​ປະ​ເທດ ລາວ-ເລັກ​ເຕນ​ສະ​ເຕນ ໃຫ້​ໄດ້ ​ຮັບ​ການ​ພັດ​ທະ​ນາ ແລະ ຊ່ວຍ​ເຫລືອ​ເຊິ່ງ​ກັນ ແລະ ກັນ ໃນ​ທຸກ​ຂົງ​ເຂດ​ວຽກ​ງານ ຕະ​ຫລອດ​ໄປ.




     ໃນໂອກາດດຽວກັນ, ເຈົ້າ​ຊາຍ ອານ​ເ​ຟຼດ ກໍ​ໄດ້​ສະ​ແດງ​ ຄວາມ​ຂອບ​ໃຈ ຕໍ່​ທ່ານ ນາງ ແສງ​ເດືອນ ຫລ້າ​ຈັນ​ທະ​ບູນ ທີ່​ໄດ້​ສະ​ຫລະ ​ເວ​ລາ​ອັນ​ມີ​ຄ່າ ໃຫ້ການຕ້ອນຮັບ ອັນອົບອຸ່ນ​ໃນ​ຄັ້ງ​ນີ້, ພ້ອມ​ທັງ​ລາຍ​ງານໃຫ້​ ທ່ານ ລັດ​ຖະ​ມົນ​ຕີ ຊາບວ່າ: ມູນ​ນິ​ທິ International Peace Foundation ​ຈະ​ຈັດ​ຊຸດ​ສຳ​ມະ​ນາ ທີ່ ​ຈ​ະ​ມີ​ເຈົ້າ​ຂອງ​ລາງ ວັນ​ໂນ​ເບ​ລ ທີ່​ມີ​ຊື່​ສຽງ 4 ທ່ານ ມາ​ເຜີຍ​ແຜ່​ບົດ​ຮຽນ​ວິ​ຊາ​ການ ດ້ານ​ຟີ​ຊິກ​ສາດ, ເຄ​ມີ​ສາດ, ເສດ​ຖະ​ສາດ ແລະ ການ​ແພດ ພາຍ​ໃຕ້​ຫົວ​ຂໍ້ “Bridges-Dialogues towards a Culture of Peace” ໃຫ້​ແກ່​ນັກ​ສຶກ​ສາ​ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ, ມະ​ຫາ​ວິ​ທະ​ຍາ​ໄລ​ສຸ​ພາ​ນຸ​ວົງ ແລະ ມະ​ຫາ​ວິ​ທະ​ຍາ​ໄລ ​ວິ​ທະ​ຍາ​ສາດ​ສຸ​ຂະ​ພາບ ໃນ 4 ໄລ​ຍະ ຄື: ​ໄລ​ຍະ​ທີ I ລະ​ຫວ່າງ ວັນ​ທີ 20-24 ພະ​ຈິກ 2018, ໄລ​ຍະ​ທີ II ​ລະ​ຫວ່າງ ວັນ​ທີ 15-19 ມັງ​ກອນ 2019, ໄລ​ຍະ​ທີ III ລະ​ຫວ່າງ ວັນ​ທີ 8-15 ມີ​ນາ 2019  ແລະ​ ໄລ​ຍະ ທີ IV ​ລະ​ຫວ່າງວັນ​ທີ 13-17 ມີ​ນາ 2019.



ເວລາ14:00ໂມງ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ຮສ.ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ. ເວລາ17:00ໂມງ ໄດ້ເຂົ້າຢ້ຽມຂໍ່ານັບທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງສປປລາວ.




ຮູບໂດຍ: ທີມງານLao Postcard
---------------------
ປະເທດລາວ: ຄວາມງາມທີ່ສຳຜັດໄດ້
LAOS: Touchable Beauty

ທຸກຮູບພາບແມ່ນລິຂະສິດ ຂອງນັກຖ່າຍຮູບ, ຫາກທ່ານຕ້ອງການນຳໃຊ້ຮູບພາບໃນເວັບໄຊ www.laopostcard.com ຫຼື ເພຈ www.facebook.com/LaoPostcard ກະລຸນາພົວພັນ ຂໍອານຸຍາດ ນຳເຈົ້າຂອງພາບ ຫຼື ຕິດຕໍ່ laopostcard@gmail.com

All photos are copyright! if you wish to use photos whether from www.laopostcard.com or www.facebook.com/LaoPostcard kindly contact photographers directly or you can email laopostcard@gmail.com



 
Copyright © 2014 ຮູບພາບເມືອງລາວ - Lao Postcard
Powered by Blogger